Firefox ເປັນຕົວທ່ອງເວັບທີ່ໄວທີ່ສຸດບໍ?

ແມ່ນແລ້ວ. Firefox ປົກປ້ອງຄວາມເປັນສ່ວນຕົວຂອງທ່ານດ້ວຍຄຸນສົມບັດເຊັ່ນ ການທ່ອງເວັບສ່ວນຕົວ. ມັນອະນຸຍາດໃຫ້ທ່ານຮັກສາປະຫວັດການທ່ອງເວັບ ແລະ ລະຫັດຜ່ານຂອງທ່ານເປັນສ່ວນຕົວ, ເຖິງແມ່ນວ່າຈະໃຊ້ອຸປະກອນທີ່ທ່ານແບ່ງປັນກັບຜູ້ອື່ນ, ເຊັ່ນຄອມພິວເຕີໃນບ້ານ ຫຼື iPad.

Firefox ຍັງປົກປ້ອງຄວາມເປັນສ່ວນຕົວຂອງທ່ານດ້ວຍ ການປົກປ້ອງການຕິດຕາມທີ່ປັບປຸງ ເພື່ອບລັອກຕົວຕິດຕາມທ່ານຈາກເວັບໄຊໄປຫາເວັບໄຊ, ເກັບກໍາຂໍ້ມູນກ່ຽວກັບນິໄສການທ່ອງເວັບຂອງທ່ານ. ມັນຍັງລວມເຖິງການປ້ອງກັນ scripts ແລະ malware ທີ່ເປັນອັນຕະລາຍ.

Sidenote: ພວກເຮົາບໍ່ແມ່ນເຕັກໂນໂລຢີໃຫຍ່. ພວກເຮົາເຮັດສິ່ງຕ່າງໆແຕກຕ່າງກັນ. ການເປັນເອກະລາດ (ບໍ່ມີຜູ້ຖືຫຸ້ນ) ອະນຸຍາດໃຫ້ພວກເຮົາເອົາຄົນທໍາອິດ, ກ່ອນກໍາໄລ. ບໍ່ເຫມືອນກັບບໍລິສັດອື່ນ, ພວກເຮົາບໍ່ຂາຍການເຂົ້າເຖິງຂໍ້ມູນຂອງທ່ານ.

Firefox ເກັບກຳຂໍ້ມູນຫຍັງແດ່?

Mozilla (ຜູ້ຜະລິດຂອງ Firefox) ໃຊ້ຄວາມເປັນສ່ວນຕົວຢ່າງຈິງຈັງ. ຢ່າງຈິງຈັງ. ແທ້ຈິງແລ້ວ, ທຸກໆຜະລິດຕະພັນຂອງ Firefox ພວກເຮົາໃຫ້ກຽດ ຄຳສັນຍາກ່ຽວກັບຂໍ້ມູນສ່ວນຕົວ ຂອງພວກເຮົາ: ໃຊ້ໜ້ອຍລົງ. ຮັກສາຄວາມປອດໄພ. ບໍ່ມີຄວາມລັບ.

ອ່ານ ປະກາດຄວາມເປັນສ່ວນຕົວຂອງ Firefox ສໍາລັບຂໍ້ມູນເພີ່ມເຕີມ. ເຮົາເວົ້າແທ້, ລອງອ່ານເບິ່ງ ຂໍ້ຄວາມຕ່າງໆ ແລະທຸກສິ່ງທຸກຢ່າງມໃນນັ້ນມີຂະໜາດປົກະຕິທັງໝົດ.